ການສະແຫວງຫາລັກສະນະຊີວິດ

ເດເຣັກ ພຣິນຊ໌
Published: 2005
Last Updated: outubro de 2026
Read Time: 10
This teaching is not currently available in Português.
ຄຸນລັກສະນະຄຣິດສະຕຽນເຕີບໃຫຍ່ຂຶ້ນຜ່ານທາງໄມ້ກາງແຂນ, ຄວາມຖ່ອມຕົນ, ແລະ ຄວາມສຳພັນທີ່ຖືກຕ້ອງ. ພຣະຄຳພີຮຽກຮ້ອງໃຫ້ຜູ້ທີ່ເຊື່ອປະຕິເສດຄວາມທະເຍີທະຍານທີ່ເຫັນແກ່ຕົວ, ຮັກສາຄຳໝັ້ນສັນຍາ, ເວົ້າຄວາມຈິງ, ແລະ ສະແຫວງຫາຄວາມສາມັກຄີ. ຄວາມສຳພັນທີ່ໝັ້ນຄົງກັບພຣະບິດາເປັນພື້ນຖານສຳລັບການໃຫ້ກຽດແກ່ຄົນອື່ນ ແລະ ການຮັບໃຊ້ຄຣິດຕະຈັກໂດຍບໍ່ມີການແຂ່ງຂັນກັນ.
ເມື່ອເຮົານຶກເຖິງເມືອງໃຫຍ່ໆເຊັ່ນ: ເມືອງໄມອາມີ, ເຮົາຈະບອກວ່າມີຄຣິດຕະຈັກທີ່ຫລາຍແຫ່ງໃນເມືອງນີ້. ແຕ່ຂ້າພະເຈົ້າບໍ່ຄິດວ່າພຣະເຈົ້າຈະຊົງທອດພຣະເນດເຫັນເຊັ່ນນັ້ນ. ຂ້າພະເຈົ້າ ເຊື່ອວ່າພຣະເຈົ້າຊົງທອດພຣະເນດເຫັນພຽງຄຣິດຕະຈັກດຽວ. ເພາະສຸດທ້າຍແລ້ວໃນໜັງສື ພຣະນິມິດໄດ້ບອກກັບເຮົາວ່າ, ພຣະເຢຊູຈະຊົງແຕ່ງງານກັບຄຣິດຕະຈັກ ຫລືເຈົ້າສາວຂອງພຣະອົງ- ແລະ ຂ້າພະເຈົ້າກໍບໍ່ເຊື່ອວ່າພຣະເຢຊູຈະຊົງເປັນຜູ້ທີ່ມີຄູ່ແຕ່ງງານຫລາຍຄົນ. ພຣະອົງຊົງຈະແຕ່ງງານສົມກັບຄຣິດຕະຈັກດຽວເທົ່ານັ້ນ. ດັ່ງນັ້ນ, ເຮົາອາດຈະນຶກເຖິງຄຣິດຕະຈັກຕ່າງໆຢ່າງຫລວງຫລາຍ, ແຕ່ ພຣະເຈົ້າຊົງທອດພຣະເນດເຫັນຄຣິດຕະຈັກພຽງຄຣິດຕະຈັກດຽວ. ເມື່ອໂປໂລຂຽນຈົດໝາຍ, ທ່ານບໍ່ໄດ້ຂຽນເຖິງ ຄຣິດຕະຈັກບັບຕີສ (Baptist Church) ໃນເມືອງໂກຣິນໂທ, ຫລື ຄຣິດຕະຈັກໂອເພິນໄບເບິ້ນ (Open Bible Church) ໃນກຸງໂຣມ, ຫລືຄຣິດຕະຈັກ ອີແວນເຈລິຄໍລ (Evangelical Church) ໃນເມືອງເອເຟໂຊ. ແຕ່ທ່ານຂຽນເຖິງຄຣິດຕະຈັກ ໃນເມືອງນັ້ນໆສະເໝີ (ເຊິ່ງໝາຍເຖິງຄຣິດຕະຈັກດຽວຂອງພຣະຄຣິດ - ຜູ້ແປ). ທຸກວັນນີ້ ເຮົາປ່ຽນແປງໄປໄກຈາກຈຸດນັ້ນຫລາຍ, ແຕ່ຂ້າພະເຈົ້າບໍ່ເຊື່ອວ່າພຣະເຈົ້າຈະຊົງປ່ຽນພຣະໄທຂອງພຣະອົງ.
ດັ່ງນັ້ນ, ຂ້າພະເຈົ້າ ເຊື່ອວ່ານີ້ເປັນສິ່ງສໍາຄັນ ທີ່ຜູ້ນໍາຄຣິດສະຕຽນມີການປະຊຸມຮ່ວມກັນ ໃນຄຣິດຕະຈັກພາຍໃນເມືອງ ຫລືພາກພື້ນນັ້ນໆ ທີ່ຈະຕ້ອງຮູ້ວິທີສ້າງສາຍສຳພັນເຊິ່ງກັນ ແລະກັນ. ມັນເປັນສິ່ງງ່າຍໆຫລາຍທີ່ຈະມີການເອົາຕົນເອງເປັນສູນກາງກໍຄື ຄິດເຖິງພຽງແຕ່ "ຄຣິດຕະຈັກຂອງຕົນເອງ" ເທົ່ານັ້ນ ແລະມຸ່ງຄວາມສົນໃຈໄປສິ່ງນັ້ນພຽງສິ່ງດຽວ. ແຕ່ນັ້ນ ບໍ່ແມ່ນທັດສະນະຄະຕິຕາມແບບພຣະຄຳພີ. ຂ້າພະເຈົ້າ ເຊື່ອວ່າເຮົາຄວນເບິ່ງເຫັນກັນ ແລະກັນໃນຖານະຜູ້ປົກຄອງຮ່ວມພາຍໃຕ້ຄຣິດຕະຈັກດຽວກັນ. ໜຶ່ງໃນອົງປະກອບທີ່ສຳຄັນທີ່ສຸດຂອງລັກສະນະຊີວິດຄຣິດສະຕຽນຈະຖືກເປີດເຜີຍອອກມາໂດຍການຖາມຕົວເອງວ່າ ໄມ້ກາງແຂນມີບົດບາດແນວໃດໃນຊີວິດຂອງເຮົາແຕ່ລະຄົນ. ໃນຄາລາເຕຍ 2:20 ໂປໂລ ໄດ້ວາງມາດຕະຖານເອົາໄວ້ວ່າ:
“ເຮົາຈຶ່ງບໍ່ມີຊີວິດຢູ່ ແຕ່ແມ່ນພຣະຄຣິດທີ່ຊົງມີຊີວິດຢູ່ໃນເຮົາ.” (ພຄພ 2013)
ຂ້າພະເຈົ້າໄດ້ຖາມຕົວເອງວ່າສິ່ງນັ້ນເປັນຈິງໃນຊີວິດຂອງຂ້າພະເຈົ້າຫລືບໍ່? ເພາະນັ້ນຄື ການປົກປ້ອງພຽງຢ່າງດຽວ. ຢູ່ໃນຄາລາເຕຍ 5:24 ໂປໂລໄດ້ກ່າວຕໍ່ໄປວ່າ:
“ສ່ວນພວກທີ່ຢູ່ໃນພຣະເຢຊູຄຣິດເຈົ້ານັ້ນ ກໍໄດ້ເອົາຄວາມປາຖະໜາ ກັບກິເລດຕັນຫາຂອງສັນດານມະນຸດຄຶງໄວ້ທີ່ໄມ້ກາງແຂນແລ້ວ.”
ແລະນັ້ນຄື ຄຳອະທິບາຍທີ່ກ່າວເຖິງຜູ້ທີ່ເປັນຂອງພຣະຄຣິດຢ່າງແທ້ຈິງ. ຄຳອະທິບາຍນັ້ນ ບໍ່ໄດ້ບອກວ່າພວກເຂົາຢູ່ໃນຄຣີດຕະຈັກໂອເພິນໄບເບິ້ນ (Open Bible Church) ຫລື ເປັນບັບຕິສ ຫລື ເພຣສບີເຕີຣຽນ ຫລື ກາໂຕລິກ. ເຄື່ອງໝາຍດຽວຂອງຜູ້ທີ່ເປັນຂອງ ພຣະຄຣິດຢ່າງແທ້ຈິງກໍຄື ພວກເຂົາໄດ້ຄຶງເນື້ອໜັງຂອງຕົນໄວ້ທີ່ໄມ້ກາງແຂນແລ້ວ.
ໃນໂຣມ 6:6, ໂປໂລກ່າວວ່າ: "ຊີວິດເກົ່າຂອງພວກເຮົານັ້ນໄດ້ຖືກຄຶງໄວ້ກັບພຣະອົງແລ້ວ." ນັ້ນຄືສິ່ງທີ່ພຣະເຈົ້າກະທໍາ. ແຕ່ໃນຄາລາເຕຍ 5:24, ໂປໂລກ່າວວ່າ: ນີ້ເປັນສິ່ງທີ່ທ່ານຕ້ອງປະຕິບັດ. ຄືເຈົ້າຕ້ອງຕອກຕະປູຄືງທຳມະຊາດເນື້ອໜັງຂອງເຈົ້າເອງ. ແລະ ການຖືກຄຶງນັ້ນ ເຈັບປວດສະເໝີ. ບໍ່ມີການຄຶງໄມ້ກາງແຂນໃດທີ່ບໍ່ເຈັບປວດ.
ມາດຕະຖານຂອງພຣະເຈົ້າ
ເມື່ອເຮົາໄດ້ຍອມຮັບຄວາມຈິງແລ້ວວ່າ, ລັກສະນະຊີວິດເຊັ່ນນັ້ນຈະເກີດຂຶ້ນໄດ້ ໂດຍຜ່ານທາງໄມ້ກາງແຂນເທົ່ານັ້ນ, ໃຫ້ເຮົາມາເບິ່ງພາບຂອງລັກສະນະຊີວິດທີ່ພຣະເຈົ້າຊົງຄາດຫວັງນໍາກັນ. ສິ່ງນີ້ມີບັນທຶກໃນເພງສັນລະເສີນບົດທີ 15.
“ຂ້າແດ່ພຣະເຈົ້າຢາເວ, ຜູ້ໃດຈະເຂົ້າໄປໃນພຣະວິຫານຂອງພຣະອົງໄດ້? ຜູ້ໃດຈະນະມັດສະການທີ່ຊີໂອນ ເນີນພູສັກສິດຂອງພຣະອົງນັ້ນໄດ້? ຄືພວກທີ່ເຊື່ອຟັງພຣະເຈົ້າໃນທຸກສິ່ງ ແລະເຮັດໃນສິ່ງທີ່ຖືກຕ້ອງຢູ່ສະເໝີ, ທັງເປັນຄົນເວົ້າຄວາມຈິງຈາກຈິດໃຈດ້ວຍ; ແລະ ເປັນຜູ້ທີ່ບໍ່ເວົ້າໃຫ້ຄົນອື່ນເສຍຫາຍ, ບໍ່ເຮັດຜິດຕໍ່ຫມູ່ຄູ່, ແລະ ບໍ່ກ່າວຂັວນນິນທາເພື່ອນບ້ານ. ລາວດູຖູກຄົນທີ່ພຣະເຈົ້າປະຕິເສດເຂົາ, ແຕ່ໃຫ້ກຽດຄົນທີ່ຢໍາເກງພຣະເຈົ້າຢາເວ; ລາວເຮັດຕາມທີ່ຕົນໄດ້ສັນຍາໄວ້ສະເໝີເຖິງວ່າຕົນຈະເປັນຝ່າຍເສຍປະໂຫຍດກໍຕາມ. ລາວໃຫ້ຄົນຢືມເງີນໂດຍບໍ່ຄິດດອກເບ້ຍ, ທັງບໍ່ຮັບສິນບົນເປັນພະຍານຕໍ່ສູ້ຄົນບໍ່ມີຄວາມຜິດດ້ວຍ. ຜູ້ທີ່ປະຕິບັດຕາມດັ່ງທີ່ກ່າວມານີ້ກໍຈະໄດ້ຮັບຄວາມຫມັ້ນຄົງຕະຫລອດໄປ.”
ຂໍ້ທຳອິດຂອງພຣະຄຳພີໃນບົດນີ້ເປັນຄຳຖາມ; ແລະເພງສັນລະເສີນທີ່ເຫລືອແມ່ນເປັນຄຳຕອບ. ດາວິດໄດ້ລະບຸລັກສະນະເຈັດປະການຂອງຜູ້ທີ່ຈະອາໄສຢູ່ໃນພູເຂົາບໍລິສຸດຂອງພຣະເຈົ້າເອົາໄວ້. ຫາກເຮົາຈະໄປທີ່ນັ້ນ, ເຮົາຈໍາເປັນຕ້ອງມີຄຸນລັກສະນະເຫລົ່ານັ້ນ. ໃຫ້ເຮົາມາເບິ່ງປະເດັນເຫລົ່ານີ້ ກ່ຽວກັບບຸກຄົນທີ່ຈະອາໄສຢູ່ໃນພູເຂົາບໍລິສຸດຂອງພຣະເຈົ້າ- ແລະຂໍໃຫ້ຈື່ໄວ້ວ່າສິ່ງເຫລົ່ານີ້ ເກີດຂຶ້ນໄດ້ໂດຍພຣະຄຸນ, ຄືພຣະຄຸນເອງທີ່ເຮັດໃຫ້ເກີດຜົນສຳເລັດ.
ເຊື່ອຟັງພຣະເຈົ້າໃນທຸກສິ່ງ. ການກະທໍາຂອງເຂົາຖືກຕ້ອງໃນສາຍພຣະເນດຂອງພຣະເຈົ້າ.
ເຮັດໃນສິ່ງທີ່ຖືກຕ້ອງຢູ່ສະເໝີ. ເຂົາບໍ່ພຽງແຕ່ເທດສະໜາສັ່ງສອນ, ແຕ່ເຂົາລົງມືປະຕິບັດ. ເຂົາເວົ້າ "ຄວາມຈິງຈາກໃຈ." ສິ່ງທີ່ອອກຈາກປາກຂອງເຂົາຄືສິ່ງທີ່ຢູ່ໃນໃຈຂອງເຂົາ. ເຂົາບໍ່ແມ່ນຄົນປາກຢ່າງ ແລະ ໃຈຄິດອີກຢ່າງ.
ຜູ້ທີ່ບໍ່ເວົ້າໃຫ້ຄົນອື່ນເສຍຫາຍ. ເຂົາບໍ່ເວົ້າຈາໃສ່ຮ້າຍຜູ້ອື່ນລັບຫລັງ. ເວົ້າກັນວ່າຜູ້ຮັບໃຊ້ ທີ່ເປັນຄຣິດສະຕຽນຈໍານວນຫລາຍທີ່ໄດ້ຮັບບາດເຈັບນັ້ນຕ່າງກະມີບາດແຜທີ່ຜ່ານມາ.
ຜູ້ທີ່ບໍ່ເຮັດຊົ່ວຕໍ່ເພື່ອນບ້ານຂອງຕົນ. ເຂົາເປັນຄົນມີຄວາມເມດຕາປານີແລະຍຸຕິທໍາ.
ຜູ້ທີ່ບໍ່ກ່າວຂວັນນິນທາເພື່ອນບ້ານ. ຫາກເຈົ້າໄປຫາເຂົາ ແລະ ເລົ່າໃຫ້ເຂົາຟັງເຖິງເລື້ອງບໍ່ດີກ່ຽວກັບເພື່ອນຂອງເຂົາ, ເຂົາຈະບໍ່ຟັງເຈົ້າ. ເຂົາຈະບໍ່ຍອມຮັບໃນເລື່ອງເຫລົ່ານັ້ນ. ນີ້ເປັນຫນຶ່ງໃນປະເດັນທີ່ສໍາຄັນທີ່ສຸດຂອງສິນລະທໍາຂອງຄຣິດສະຕຽນ.
ໃນສາຍຕາຂອງເຂົາຄົນຊົ່ວຖືກດູໝິ່ນ. ເຂົາຈະບໍ່ຍອມກົ້ມຫົວໃຫ້ກັບຄົນຊົ່ວຊ້າ. ເຖິງວ່າບຸກຄົນນັ້ນ ອາດມີຄວາມສໍາຄັນຫລາຍທາງການເມືອງ ຫລືແມ່ນແຕ່ໃນຄຣິດຕະຈັກ, ແຕ່ຫາກບຸກຄົນນັ້ນຊົ່ວຊ້າ, ເຂົາຈະຖືກຄົນນີ້ດູຫມິ່ນຫຢຽດຫຢາມ.
ຜູ້ທີ່ໃຫ້ກຽດຄົນທີ່ຢໍາເກງພຣະເຈົ້າຢາເວ. ເຂົາສະແດງຄວາມເຄົາລົບຕໍ່ລູກຂອງພຣະເຈົ້າ ທຸກຄົນ. ເຂົາປະຕິບັດຕໍ່ຄົນເຫລົ່ານັ້ນດ້ວຍຄວາມເຄົາລົບນັບຖືເຖິງວ່າຄົນເຫລົ່ານັ້ນອາດຈະເບິ່ງຄືບໍ່ສໍາຄັນກໍຕາມ.
ຜູ້ເຮັດຕາມທີ່ຕົນໄດ້ສັນຍາໄວ້ສະເໝີເຖິງວ່າຕົນຈະເປັນຝ່າຍເສຍປະໂຫຍດກໍຕາມ. ເຂົາກໍບໍ່ກັບຄໍາຫາກເຂົາໃຫ້ຄໍາຫມັ້ນສັນຍາ, ເຂົາຈະຢຶດຫມັ້ນໃນສິ່ງນັ້ນເຖິງວ່າສິ່ງທີ່ສັນຍາໄວ້ ຈະເຮັດໃຫ້ຕົວເອງເສຍຜົນປະໂຫຍດກໍຕາມ.
ຜູ້ທີ່ໃຫ້ຄົນອື່ນກູ້ຢືມເງິນໂດຍບໍ່ຄິດດອກເບ້ຍ. ເຂົາບໍ່ຄິດດອກເບ້ຍກັບຄົນທີ່ກູ້ຢືມເງິນຈາກເຂົາ.
ຜູ້ບໍ່ຮັບສິນບົນເປັນພະຍານຕໍ່ສູ້ຄົນບໍ່ມີຄວາມຜິດ. ທ່ານບໍ່ສາມາດໃຊ້ເງິນຊື້ເຂົາເພື່ອໃຫ້ຕໍ່ສູ້ກັບຜູ້ບໍລິສຸດໄດ້.
ໃນຕອນທ້າຍຂອງຂໍ້ພຣະຄຳພີໄດ້ກ່າວໄວ້ວ່າ: "ຜູ້ທີ່ປະຕິບັດຕາມດັ່ງທີ່ກ່າວມານີ້ ກໍຈະໄດ້ຮັບຄວາມໝັ້ນຄົງຕະຫລອດໄປ." ຄົນປະເພດນີ້ເປັນຄົນທີ່ບໍ່ໄດ້ຫວັ່ນໄຫວງ່າຍໆ. ຫາກຜູ້ປົກຄອງທຸກຄົນໃນຄຣິດຕະຈັກ ເປັນເຊັ່ນນັ້ນ, ກໍຈະບໍ່ມີບັນຫາໃນຄຣິດຕະຈັກ. ຂ້າພະເຈົ້າເຊື່ອວ່າສິ່ງເຫລົ່ານີ້ເປັນເຄື່ອງຫມາຍຂອງສິນລະທໍາຄຣິດສະຕຽນ. ຫາກເຮົາປະຕິບັດຕາມຫລັກການສິບປະການນີ້ ເຮົາກໍສາມາດຈັດການບັນຫາທາງດ້ານສິນລະທໍາໃນຄຣິດຕະຈັກໄດ້.
ໃຫ້ພວກເຮົາພິຈາລະນາ ໂກໂລຊາຍ 3:3–5 ແລະ ເຂົ້າໃຈເລິກເຊິ່ງກວ່າເກົ່າ.
“ດ້ວຍວ່າ, ພວກເຈົ້າໄດ້ຕາຍແລ້ວ, ແລະຊີວິດຂອງພວກເຈົ້າ ກໍຖືກເຊື່ອງຊ້ອນບັງໄວ້ດ້ວຍກັນກັບພຣະຄຣິດໃນພຣະເຈົ້າ. ຊີວິດທີ່ແທ້ຈິງຂອງພວກເຈົ້າຄືພຣະຄຣິດ, ແລະເມື່ອໃດພຣະອົງສະເດັດມາປາກົດ ເມື່ອນັ້ນແຫລະ ພວກເຈົ້າກໍຈະໄດ້ມາປາກົດກັບພຣະອົງ ແລະຮ່ວມໃນສະຫງ່າລາສີຂອງພຣະອົງ. ເຫດສະນັ້ນ ພວກເຈົ້າຕ້ອງປະຫານຕັນຫາຝ່າຍໂລກນີ້ ທີ່ດຳເນີນການຢູ່ໃນພວກເຈົ້າເຊັ່ນ: ການຜິດສິນທຳທາງເພດ, ການຊົ່ວຮ້າຍ, ລາຄະຕັນຫາ, ຄວາມປາຖະໜາໃນທາງຊົ່ວຮ້າຍ, ແລະຄວາມໂລບ ເຊິ່ງເປັນການຂາບໄຫວ້ຮູບເຄົາລົບ.” (ພຄພ 2013)
ພຣະຄຣິດຊົງເປັນຊີວິດຂອງເຮົາ ເຊິ່ງເປັນຊີວິດທີ່ບໍ່ສາມາດທໍາລາຍໄດ້, ບໍ່ສາມາດເຮັດໃຫ້ ສູນສີ້ນໄປໄດ້, ບໍ່ສາມາດເອົາຊະນະໄດ້ ແລະຈະຄົງຢູ່ຕໍ່ໄປເປັນນິດ. ໂປໂລກ່າວຕື່ມອີກວ່າ "ບັດນີ້ ພວກເຈົ້າຕ້ອງປະຫານຕັນຫາຝ່າຍໂລກນີ້." ກ່າວອີກຢ່າງໜຶ່ງຄື, ທ່ານຕ້ອງເຮັດໃຫ້ສິ່ງເຫລົ່າ ນັ້ນຕາຍໄປ. ນີ້ບໍ່ແມ່ນປະສົບການພຽງຄັ້ງດຽວເທົ່ານັ້ນ, ແຕ່ເປັນຊີວິດທີ່ຕ້ອງມີວິໄນຢ່າງຕໍ່ເນື່ອງ.
“ເຫດສະນັ້ນ, ຖ້າຊີວິດໃນພຣະຄິດອໍານວຍການຊູກໍາລັງໃຈ, ຖ້າມີຄວາມເລົ້າໂລມປະການໃດໃນຄວາມຮັກ, ຖ້າມີສ່ວນຮ່ວມໃຈກັບພຣະວິນຍານປະການໃດ, ຖ້າມີຄວາມເມດຕາເອັນດູປະການໃດ, ກໍຂໍໃຫ້ເຈົ້າທັງຫລາຍເຮັດໃຫ້ຄວາມຍິນດີຂອງເຮົາຄົບເຕັມ ດ້ວຍການທີ່ມີຄວາມຄິດຢ່າງດຽວກັນ ມີຄວາມຮັກຢ່າງດຽວກັນ ມີໃຈຮ່ວມສາມັກຄີເປັນນໍ້າໜຶ່ງໃຈດຽວກັນ. ຢ່າເຮັດສິ່ງໃດໃນທາງຊີງດີ ຫລືຖືດີກັນ, ແຕ່ຈົ່ງຖ່ອມໃຈລົງ ຖືວ່າຄົນອື່ນດີກວ່າຕົນ.” (ຟີລິບປອຍ 2:1-4 ພຄພ 2013)
ໃນຟິລິບປອຍ 2:1-4, ໂປໂລ ບັນຍາຍເຖິງທັດສະນະຄະຕິຂອງເຮົາວ່າ: ຫາກເຮົາຕ້ອງການ ຮັກສາຄວາມເປັນນ້ຳໜຶ່ງໃຈດຽວກັນໃນພຣະກາຍຂອງພຣະຄຣິດໄວ້. ໂປໂລໄດ້ໃຊ້ຄຳທີ່ແຕກຕ່າງກັນຫລາຍຄຳ, ແຕ່ມີຄຳດຽວທີ່ຄວບຄຸມທັ້ງຫມົດ ນັ້ນຄື:ຄວາມອອ່ນນ້ອມຖ່ອມຕົວ. ແລະນັ້ນຄື ກະແຈສູ່ຄວາມເປັນນ້ຳຫນຶ່ງໃຈດຽວກັນ. ສຸພາສິດ 13:10 ກ່າວວ່າ "ຄໍາຫຍາບຊ້າ ສ້າງແຕ່ເລື່ອງເດືອດຮ້ອນເກາະຜິດ. ການຍອມຝັງຄວາມຄິດເຫັນ ພາໃຫ້ຕົນເປັນຄົນສະຫລາດ." ດັ່ງນັ້ນ, ຈຶ່ງເປັນສິ່ງທີ່ສົມເຫດສົມຜົນວ່າສິ່ງທີ່ກົງກັນຂ້າມກັບຄໍາຫຍາບຊ້າກໍຄື ການຍອມຮັບຟັງຄວາມຄິດເຫັນ ແລະນີ້ຄືວິທີທີ່ຈະແກ້ບັນຫາຄວາມຂັດແຍ່ງໄດ້.
ພຣະຄຳພີບໍ່ເຄີຍບອກວ່າພຣະເຈົ້າຈະຊົງເຮັດໃຫ້ເຮົາອ່ອນນ້ອມຖ່ອມຕົນ. ພຣະຄຳພີບອກເຮົາສະເໝີວ່າໃຫ້ເຮົາຖ່ອມຕົວເຮົາເອງລົງ. ສິ່ງນີ້ບໍ່ແມ່ນສິ່ງທີ່ພຣະເຈົ້າຈະຊົງເຮັດເພື່ອເຮົາ. ແຕ່ເປັນສິ່ງທີ່ເຮົາຕ້ອງເຮັດເພື່ອຕົວຂອງເຮົາເອງ.
ໂປໂລຍັງກ່າວອີກດ້ວຍວ່າ: ຢ່າປ່ອຍໃຫ້ສິ່ງໜຶ່ງສິ່ງໃດເກີດຂື້ນດ້ວຍຄວາມທະເຍີທະຍານທີ່ເຫັນແກ່ຕົວ. ຕາມຄວາມຄິດເຫັນຂອງຂ້າພະເຈົ້ານັ້ນ, ຄວາມທະເຍີທະຍານທີ່ເຫັນແກ່ຕົວ ຄືບັນຫາດຽວທີ່ຍິ່ງໃຫຍ່ທີ່ສຸດໃນຄຣິດຕະຈັກ.
ຂ້າພະເຈົ້າ ມີເພື່ອນຄົນໜຶ່ງທີ່ເປັນບັນນາທິການຂອງວາລະສານກ່ຽວກັບສາສະໜາແຫ່ງໜື່ງໃນສະຫະລັດອາເມລິກາ. ເມື່ອຫລາຍປີກ່ອນ, ຂ້າພະເຈົ້າໄດ້ເວົ້າກັບລາວວ່າ, "ຫລາຍບົດຄວາມໃນວາລະສານຂອງເຈົ້າເປັນບົດຄວາມທີ່ດີ. ແຕ່ຫລັງຈາກທີ່ຂ້ອຍໄດ້ອ່ານໂຄສະນາແລ້ວ ຂ້ອຍຮູ້ສຶກຢາກໄປອາບນ້ຳ, ເພື່ອຊຳລະລ້າງຄວາມຮູ້ສຶກທີ່ບໍ່ດີອອກໄປເພາະທຸກຢ່າງທີ່ໂຄສະນາລ້ວນແຕ່ເປັນການຍົກຍໍຕົວເອງທັ້ງນັ້ນ."
ນີ້ເປັນເລື່ອງສ່ວນບຸກຄົນ
ສາສະໜາຄຣິດ ເນັ້ນເລຶ່ອງຄວາມສຳພັນທີ່ຖືກຕ້ອງເປັນຫລັກ, ບໍ່ແມ່ນຫລັກຄຳສອນທີ່ຖືກຕ້ອງ. ຂ່າວປະເສີດບໍ່ແມ່ນຊຸດຂອງກົດເກນຕ່າງໆ. ບໍ່ແມ່ນຄຳກ່າວກ່ຽວກັບພຣະເຈົ້າ. ບໍ່ໄດ້ມາຈາກການຮູ້ທຸກສີ່ງທຸກຢ່າງກ່ຽວກັບພຣະເຈົ້າ. ຈຸດປະສົງຂອງຂ່າວປະເສີດຄື ຄວາມສຳພັນທີ່ຖືກຕ້ອງກັບພຣະເຈົ້າ. ການເທດສະໜາຂ່າວປະເສີດໃດໆ ທີ່ບໍ່ກໍ່ໃຫ້ເກີດຄວາມສຳພັນທີ່ຖືກຕ້ອງກັບພຣະເຈົ້າກໍຄືຄວາມຫລົ້ມເຫລວນັ້ນເອງ.
ຢູ່ໃນມັດທາຍ 18:15-17 ພຣະເຢຊູຊົງກ່າວກ່ຽວກັບວິທີການຮັກສາຄວາມສຳພັນທີ່ຖືກຕ້ອງ ກັບຜູ້ອື່ນໄວ້ວ່າ:
“ຖ້າພີ່ນ້ອງຂອງເຈົ້າເຮັດບາບຕໍ່ສູ້ເຈົ້າ, ຈົ່ງໄປຕັກເຕືອນລາວໃຫ້ຮູ້ຄວາມຜິດດ້ວຍຕົນເອງກັບລາວເທົ່ານັ້ນ. ຖ້າລາວຍອມຟັງເຈົ້າ, ກໍໄດ້ພີ່ນ້ອງຄືນມາ. ແຕ່ຖ້າລາວບໍ່ຟັງເຈົ້າ, ຈົ່ງຈົງນໍາເອົາຄົນໜຶ່ງ ຫລືສອງຄົນໄປກັບເຈົ້າ, ເພື່ອໃຫ້ເປັນພະຍານສອງ ຫລືສາມປາກ ເພື່ອວ່າທຸກໆຖ້ອຍຄໍານັ້ນຈະລວມເປັນຫລັກຖານ. ແຕ່ຖ້າລາວບໍ່ຟັງຄົນເຫລົ່ານີ້, ຈົ່ງໄປແຈ້ງເລື່ອງທັງໝົດຕໍ່ຄຣິດຕະຈັກ. ແລະ ຖ້າລາວບໍ່ຟັງຄຣິດຕະຈັກ, ກໍໃຫ້ຖືວ່າຄົນນີ້ເປັນເໜືອນຄົນບໍ່ເຊື່ອພຣະເຈົ້າ ແລະເປັນເໝືອນຄົນເກັບພາສີ.”
ດັ່ງນັ້ນ, ຈຶ່ງມີສາມຂັ້ນຕອນທີ່ກຽວຂ້ອງຄື: ເຈົ້າໄປຫາພີ່ນ້ອງຄົນນັ້ນຕົວຕໍ່ຕົວ. ຫາກເຈົ້າສາມາດຈັດການໄດ້ດ້ວຍຕົວຂອງເຈົ້າເອງ, ເຈົ້າກໍບໍ່ຈຳເປັນຕ້ອງເຮັດສິ່ງໃດຕໍ່ໄປອີກ. ແຕ່ຖ້າຫາກຕົກລົງກັນບໍ່ໄດ້, ກໍໃຫ້ຫາພະຍານທີ່ເຊື່ອຖືໄດ້ຈັກສອງສາມຄົນເພື່ອບັນທຶກເລຶ່ອງທີ່ໄດ້ປຶກສາຫາລືກັນ. ຫາກຍັງບໍ່ສາມາດຕົກລົງກັນໄດ້, ກໍໃຫ້ນຳເລື່ອງນັ້ນແຈ້ງຕໍ່ຫນ້າ ຄຣິດຕະຈັກ. ແລະ ບໍ່ວ່າຄຣິດຕະຈັກຈະຕັດສິນຢ່າງໃດກໍຕ້ອງປະຕິບັດຕາມນັ້ນ. ຫາກເຂົາຍັງບໍ່ຟັງ, ຄຣິດຕະຈັກກໍຢ່າປະຕິບັດຕໍ່ເຂົາ ໃນຖານະຜູ້ເຊື່ອອີກຕໍ່ໄປ. ເພາະເຂົາໄດ້ສູນເສຍສິດທີ່ຈະໄດ້ຊື່ວ່າເປັນຜູ້ເຊື່ອໄປແລ້ວ.
ການຕັດສິນຂອງຄຣິດຕະຈັກເຮັດໃຫ້ຄຣິດຕະຈັກມີຄວາມສຳຄັນຫລາຍ. ຂ້າພະເຈົ້າມັກຈະສົງໄສວ່າມີຄຣິດຕະຈັກແຫ່ງໃດແດ່ທີ່ຢູ່ໃນສະຖານະທີ່ຈະປະຕິບັດແບບນັ້ນໄດ້. ພຣະເຢຊູໄດ້ຊົງກ່າວຕໍ່ໄປໃນຂໍ້ 19 ແລະ 20 ວ່າ:
“ເຮົາບອກພວກເຈົ້າອີກວ່າ ເມື່ອໃດສອງຄົນໃນພວກເຈົ້າຮ່ວມໃຈກັນຂໍສິ່ງໃດສິ່ງຫນຶ່ງເທິງແຜ່ນດິນໂລກນີ້, ພຣະບິດາເຈົ້າຂອງເຮົາຜູ້ຊົງສະຖິດໃນສະຫວັນຈະເຮັດໃຫ້ເປັນໄປຕາມນັ້ນ. ດ້ວຍວ່າ ມີສອງ ຫລືສາມຄົນມາຮ່ວມປະຊຸມໃນນາມເຮົາຢູ່ບ່ອນໃດ, ເຮົາກໍຢູ່ທ່າມກາງພວກເຂົາໃນບ່ອນນັ້ນແຫລະ.” ( ພຄພ 2013)
ໃນພາສາກຣີກ, ຄຳວ່າ "ຄິດເຫັນກົງກັນ" ເປັນຄຳສັບທາງດ້ານດົນຕີ. ແລະເປັນທີ່ມາຂອງຄຳວ່າ "ຊິມໂຟນີ" (ໝາຍເຖິງດົນຕີປະສານສຽງວົງໃຫຍ່-ຜູ້ແປ). ຄຳດັ່ງກ່າວອະທິບາຍເຖິງຄວາມປະສົມກົມກືນກັນ. ແລະພຣະເຢຊູຊົງກ່າວວ່າ: "ເມື່ອໃດສອງຄົນໃນພວກເຈົ້າຮ່ວມໃຈກັນຂໍສິ່ງໃດສິ່ງຫນຶ່ງເທິງແຜ່ນດິນໂລກນີ້, ພຣະບິດາເຈົ້າຂອງເຮົາຜູ້ຊົງສະຖິດໃນສະຫວັນຈະເຮັດໃຫ້ເປັນໄປຕາມນັ້ນ." ຂ້າພະເຈົ້າບໍ່ແມ່ນນັກດົນຕີ, ແຕ່ຮູ້ວ່າການທີ່ດົນຕີຈະປະສານເຂົ້າກັນ ຫລື ການທີ່ຜູ້ທີ່ເຊື່ອເກືອບຈະສາມັກຄີກັນໄດ້ນັ້ນມັນເປັນຫຍັງທີ່ທໍລະມານຫລາຍ. ຂ້າພະເຈົ້າ ເຄີຍເຫັນຄວາມສຳພັນແບບຄຣິດສະຕຽນຫລາຍຄັ້ງ ທີ່ເກືອບຈະເປັນນ້ຳຫນື່ງໃຈດຽວກັນ. ແລະຂ້າພະເຈົ້າຄິດວ່າ ພຣະເຈົ້າຄົງປິດຫູຂອງພຣະອົງໄວ້ເທິງສະຫວັນເໜືອນກັນ.
ທ່ານອາດສັງເກດເຫັນວ່າຂ້າພະເຈົ້າຂ້າມຂໍ້ 18 ໄປ ໃຫ້ເຮົາມາພິຈາລະນານໍາກັນ.
“ດ່ັງນັ້ນ, ເຮົາຈິ່ງບອກພວກເຈົ້າຕາມຄວາມຈິງວ່າ, ສີ່ງໃດທີ່ພວກເຈົ້າຈະຜູກມັດໄວ້ເທິງແຜ່ນດິນໂລກນີ້ ສິ່ງນັ້ນກໍຈະຜູກມັດໄວ້ໃນສະຫວັນ, ແລະ ສິ່ງໃດທີ່ພວກເຈົ້າແກ້ໃນແຜ່ນດິນໂລກນີ້ ສິ່ງນັ້ນ ກໍຈະຖືກແກ້ໃຫ້ຫລຸດເສຍແລ້ວໃນສະຫວັນເໝືອນກັນ.”
ນັ້ນເປັນສິດອຳນາດທີ່ຍິ່ງໃຫຍ່ຫລາຍ! ໃນແງ່ໜຶ່ງນັ້ນ. ສິດອຳນາດແຫ່ງສະຫວັນຖືກມອບໄວ້ ໃຫ້ກັບເຮົາແລ້ວໃນຖານະຜູ້ເຊື່ອ. ແຕ່ໃຫ້ເຮົາສັງເກດວ່າ, ເຮົາຕ່າງຫາກທີ່ຕ້ອງລົງມືເຮັດເອງ. ຂ້າພະເຈົ້າມັກໄດ້ຍິນ ຄຣິດສະຕຽນອະທິຖານຂໍໃຫ້ພຣະເຈົ້າຊົງຜູກມັດ ຫລື ຊົງປົດປ່ອຍບາງສິ່ງອອກໄປ. ແຕ່ນັ້ນບໍ່ແມ່ນສິ່ງທີ່ພຣະຄຳພີໄດ້ກ່າວໄວ້. ພຣະເຈົ້າຊົງກ່າວວ່າ: "ເຈົ້າຈົ່ງຜູກມັດມັນໃນນາມຂອງເຮົາ." ມັນຂື້ນຢູ່ກັບເຮົາທີ່ຈະມີຄວາມເຊື່ອ ແລະຄວາມກ້າທີ່ຈະເຮັດສິ່ງນັ້ນຫລືບໍ່. ສະນັ້ນເມື່ອເຮົາຜູກມັດສິ່ງໃດໃນໂລກນີ້, ສິ່ງນັ້ນກໍຜູກມັດໃນສະຫວັນແລ້ວ.
ຫລາຍປີຜ່ານມາ ຂ້າພະເຈົ້າເຫັນຜູ້ຮັບໃຊ້ທີ່ເປັນຄຣິດສະຕຽນຫລາຍທ່ານທີ່ຮູ້ສຶກບໍ່ໝັ້ນຄົງ ເພາະ ຄວາມຫມັ້ນຄົງຂອງພວກເຂົາຂຶ້ນຢູ່ກັບຄວາມສຳເລັດ. ແຕ່ຂ້າພະເຈົ້າມີມູມມອງຊີວິດທີ່ແຕກຕ່າງຈາກສິ່ງນັ້ນໂດຍສິ້ນເຊີງ. ສຳລັບຂ້າພະເຈົ້ານັ້ນ, ຄວາມສຳເລັດຄື ການກະທໍາໃຫ້ພຣະບິດາພໍພຣະໄທ. ແລະຄວາມໝັ້ນຄົງກໍຄື ການທີ່ໄດ້ຮູ້ວ່າຂ້າພະເຈົ້າໄດ້ຮັບຄວາມຮັກຈາກພຣະບິດາ. ຂ້າພະເຈົ້າເຊື່ອວ່າສິ່ງນັ້ນຄື ສິ່ງທີ່ຂ່າວປະເສີດມີເປົ້າຫມາຍທີ່ຈະກະທໍາໃຫ້ເກີດຂຶ້ນ. ຖ້າຫາກວ່າ ສິດຍາພິບານທຸກຄົນໃນເມືອງມີຈຸດປະສົງຫລັກເພື່ອເຮັດໃຫ້ພຣະບິດາພໍພຣະໄທ, ກໍຈະບໍ່ມີການຊີງດີຊີງເດັ່ນ. ແລະບໍ່ມີການແຂ່ງຂັນເຊິ່ງກັນແລະກັນເລີຍ.
ຂ້າພະເຈົ້າເຊື່ອວ່າ ນັ້ນຄືວິທີທີ່ພຣະເຈົ້າຕ້ອງການໃຫ້ເຮົາດຳເນີນຊີວິດ. ແລະຂ້າພະເຈົ້າເຊື່ອວ່າ ນີ້ຄືຄຳຕອບສຳລັບຄຳຖາມວ່າດ້ວຍເລື່ອງຈາລິຍະທໍາຄຣິດສະຕຽນ. ຫາກເຮົາມີສຳພັນທີ່ຖືກຕ້ອງກັບພຣະບິດາແລ້ວ, ຄວາມສຳພັນອື່ນໆທັ້ງໝົດກໍຈະລົງຕົວຕາມໄປດ້ວຍ.

Baixar Grátis
Esta Carta de Ensino está disponível para baixar, imprimir e partilhar para uso pessoal ou da igreja.
Código: TL-L049-100-LAO



