ພຣະເຈົ້າຊົງສໍາແດງຫົນທາງ

ເດເຣັກ ພຣິນຊ໌
Published: 2012
Last Updated: Νοέμβριος 2026
Read Time: 14
This teaching is not currently available in Ελληνικά.
ການດໍາເນີນຊີວິດກັບພຣະເຈົ້າເລີ່ມຕົ້ນດ້ວຍການບັງເກີດໃໝ່ ແລະ ສືບຕໍ່ໃນຊີວິດແຫ່ງຄວາມເຊື່ອ, ຍອມຈຳນົນ, ແລະ ຈິດວິນຍານທີ່ໄດ້ຮັບການຟື້ນຟູ. ພຣະປະສົງຂອງພຣະເຈົ້າຈະຊັດເຈນຂຶ້ນ ເມື່ອຜູ້ທີ່ເຊື່ອມອບຊີວິດຂອງຕົນໃຫ້ແດ່ພຣະອົງ, ວາງໃຈໃນພຣະຄຳຂອງພຣະອົງເໜືອສະຖານະການທັງປວງ, ແລະ ເພິ່ງພາພຣະວິນຍານບໍລິສຸດເຈົ້າ.
"ແຕ່ປະຕູທີ່ນໍາໄປສູ່ຊີວິດກໍຄັບແຄບ ແລະທາງທີ່ນໍາໄປສູ່ທີ່ນັ້ນກໍຍາກ…." (ມັດທາຍ 7:14 ພຄພ 2013). ພຣະເຢຊູຊົງອະທິບາຍໃຫ້ເຫັນເຖິງພາບຊີວິດຄຣິດສະຕຽນ ເຊິ່ງແບ່ງອອກເປັນສອງຊ່ວງຕໍ່ເນຶ່ອງກັນຄື: ຊ່ວງທໍາອິດ, ເປັນປະຕູແຄບທີ່ເຮົາຕ້ອງຜ່ານເຂົ້າໄປ, ຊ່ວງທີ່ສອງ, ເປັນທາງແຄບ (ພຣະຄໍາພີບາງເຫລັ້ມແປວ່າທາງລໍາບາກ-ຜູ້ແປ) ທີ່ເຮົາຕ້ອງດໍາເນີນໄປ. "ປະຕູ" ຫມາຍເຖິງປະສົບການການເຂົ້າໄປພຽງຄັ້ງດຽວຄືສິ່ງທີ່ພຣະຄໍາພີເອີ້ນວ່າ "ການໄດ້ຮັບຄວາມລອດພົ້ນ" ຫລື "ການບັງເກີດໃໝ່." ສ່ວນ "ທາງນັ້ນ" ຫມາຍເຖິງຊີວິດຮູບແບບໃຫມ່ເຊິ່ງປະສົບການການເຂົ້າມານີ້ຈະນໍາທາງເຮົາດໍາເນີນໄປ.
ແທ້ຈິງແລ້ວ, ພຣະເຢຊູຊົງເຕືອນບໍ່ໃຫ້ເຮົາພະຍາຍາມແຍກຊີວິດສອງຊ່ວງນີ້ອອກຈາກກັນ. ທາງເຂົ້າທາງດຽວສູ່ທາງແຄບຄືປະຕູແຄບ. ຫາກເຮົາບໍ່ໄດ້ບັງເກີດໃຫມ່ ເຮົາກໍບໍ່ສາມາກເລີ່ມຕົ້ນຊີວິດຄຣິດສະຕຽນໄດ້ເລີຍ. ໃນທາງກົງກັນຂ້າມ, ຈຸດປະສົງຂອງການຜ່ານປະຕູນັ້ນກໍຄື ການດໍາເນີນໄປຕາມທາງນັ້ນ. ຊີວິດທີ່ຄົບບໍລິບູນທີ່ພຣະເຢຊູຊົງເຊື້ອເຊີນເຮົານັ້ນບໍ່ໄດ້ໝາຍເຖິງການຜ່ານເຂົ້າປະຕູພຽງຢ່າງດຽວ, ແຕ່ໝາຍເຖິງການຍ່າງໃນທາງທີ່ປະຕູນັ້ນເປີດທາງໃຫ້ເຮົາຕ່າງຫາກ.
ເສັ້ນທາງນັ້ນ
ສິ່ງສໍາຄັນທີ່ສຸດຄື ເຮົາບໍ່ມີຄວາມຄິດວ່າ ຊີວິດຄຣິດສະຕຽນເປັນພຽງສະພາວະຄົງທີ່ຂອງການ "ໄດ້ຮັບຄວາມລອດພົ້ນ" ຫລື "ໄດ້ເປັນຄຣິດສະຕຽນ." ໃນຊ່ວງເລີ່ມຕົ້ນຂອງຄຣິດຕະຈັກນັ້ນ ຍັງບໍ່ມີຄໍາເອີ້ນວ່າ "ຄຣິດສະຕຽນ." ສິ່ງທີ່ເຮົາເອີ້ນໃນປະຈຸບັນວ່າຄຣິດສະຕຽນນັ້ນ, ຜູ້ຄົນເຄີຍເອີ້ນກັນວ່າ "ທາງນັ້ນ." ຕົວຢ່າງເຊັ່ນ: ໃນກິດຈະການ 9:2, ໂຊໂລ (ຜູ້ທີ່ຕໍ່ມາກາຍເປັນໂປໂລ) ໄດ້ຂໍໜັງສືແນະນໍາຕົວໃນເຢຣູຊາເລັມໄປທີ່ທໍາມະສາລາໃນເມືອງດາມັສກັດ. ເອກະສານເຫລົ່ານີ້ອະນຸຍາດໃຫ້ລາວຈັບກຸມຜູ້ຊາຍ ຫລື ຜູ້ຍິງຄົນໃດກໍຕາມທີ່ຢູ່ໃນ “ທາງນັ້ນ (ໝາຍເຖິງຄຣິດສະຕຽນໃນຍຸກຕົ້ນໆ)” ແລະ ນຳພວກເຂົາມັດໄວ້ເປັນນັກໂທດກັບຄືນໄປເຢຣູຊາເລັມ. ຕໍ່ມາຫລັງຈາກທີ່ໂປໂລ ໄດ້ເທດສະໜາໃນເມືອງເອເຟໂຊມາຊ່ວງໄລຍະເວລາໜຶ່ງ, ມີຂໍ້ຄວາມສອງຂໍ້ຄວາມກ່ຽວກັບຜົນທີ່ເກີດຂື້ນຄື: "ແຕ່ມີບາງຄົນໃຈແຂງ ແລະບໍ່ຍອມເຊື່ອ ຊໍ້າຍັງເວົ້າຄໍາຫຍາບຊ້າຕໍ່ໜ້າຄົນທັງຫລາຍເຖິງ 'ທາງ' ຂອງອົງພຣະຜູ້ເປັນເຈົ້າ." ແລະ "ໃນຄາວນັ້ນ ໄດ້ເກີດມີການວຸ້ນວາຍອັນໃຫຍ່ຂຶ້ນ…ເພາະ 'ທາງ' ຂອງອົງພຣະຜູ້ເປັນເຈົ້າ" (ກິດຈະການ 19:9,23). (ສໍາລັບກໍລະນີອື່ນໆຄຣິດສະຕຽນຍຸກທໍາອິດຖືກເອີ້ນວ່າ 'ທາງນັ້ນ,' ໃຫ້ເບິ່ງກິດຈະການ 22:4; 24:14, 22). ('ທາງ' ນັ້ນໝາຍເຖິງທາງຂອງພຣະເຈົ້າ).
ແນວຄວາມຄິດດຽວກັນນີ້ປາກົດຢູ່ໃນຂໍ້ຄວາມອື່ນໆໃນພຣະຄໍາພີເຊັ່ນ: ຕອນທີ່ໂປໂລກ່າວ ກັບຊາວອາແຖນວ່າ: "ໃນພຣະອົງນັ້ນ ພວກເຮົາມີຊີວິດເຄື່ອນໄຫວໄປມາ ແລະເປັນຢູ່" (ກິດຈະການ 17:28). ຖ້າເຮົາ "ມີຊີວິດ," ເຮົາຈະໄດ້ "ເຄື່ອນໄຫວໄປມາ." "ຊີວິດບໍ່ເຄີຍຫຍຸດນິ່ງ ຫລືບໍ່ເຄີຍເຄື່ອນໄຫວ. ຊີວິດຫມາຍເຖິງການເຕີບໃຫຍ່, ມີການເຄື່ອນໄຫວ, ການພັດທະນາ, ການກ້າວຫນ້າຢູ່ສະເໝີ. ສຸພາສິດ 4:18 (ພຄພ 2013) ກ່າວວ່າ, "ທາງຂອງຄົນຊອບທຳເດີນໄປນັ້ນເປັນດັ່ງຕາເວັນຂຶ້ນໃນຍາມເຊົ້າ ໂດຍສ່ອງແສງເຫລື້ອມໃສຂຶ້ນໄປຈົນກວ່າກາງເວັນມາຮອດ." ໃນເສັ້ນທາງຊີວິດຄຣິດສະຕຽນນັ້ນ ເຮົາກໍາລັງກ້າວໄປທາງຫນ້າຢ່າງຕໍ່ເນື່ອງສູ່ຄວາມສະຫວ່າງທີ່ສົມບູນຍິ່ງຂື້ນ. ເມື່ອເຮົາກ້າວໄປຕາມເສັ້ນທາງແຕ່ລະກ້າວ, ແສງກໍຈະສະຫວ່າງຂື້ນກວ່າເກົ່າ. ແສງສະຫວ່າງຂອງມື້ວານ ຈະບໍ່ສະຫວ່າງພຽງພໍສໍາລັບມື້ນີ້. ບໍ່ມີໂອກາດສໍາລັບການຢືນຢູ່ນິ້ງໆ, ແລະແມ່ນແຕ່ການຫັນຫລັງກັບ. ບໍ່ວ່າອາດີດຈະເຄີຍສົດໃສພຽງໃດ ແຕ່ໃນອານາຄົດກໍຈະສົດໃສກ່ວາ ສະເໝີ.
ຄວາມທ້າທາຍໃນການກ້າວໄປທາງຫນ້າຢ່າງຕໍ່ເນື່ອງຕາມແນວທາງຄຣິດສະຕຽນນີ້ຟັງເບິ່ງຄືຍາກ ແລະໜັກໜ່ວງໄປຫລືບໍ່? ຂ້າພະເຈົ້າຂໍມອບຖ້ອຍຄໍາແຫ່ງຄວາມໝັ້ນໃຈ ອັນເປັນສຸກໃຫ້ແກ່ພວກເຈົ້າທັງຫລາຍ: "ເຮົາບໍ່ຕ້ອງເດີນເສັ້ນທາງນີ້ພຽງລໍາພັງ" ເພາະວ່າອົງພຣະຜູ້ເປັນເຈົ້າຈະຊົງຢູ່ກັບເຮົາໃນທຸກຍ່າງກ້າວທີ່ເຮົາກ້າວໄປ. ໃນພຣະສັນຍາເດີມນັ້ນພຣະອົງໄດ້ຊົງປະທານພຣະສັນຍາອັນສັກສິດແກ່ປະຊາກອນຂອງພຣະອົງວ່າ:
“ເພາະເຮົາຢູ່ກັບພວກເຈົ້າ; ສະນັ້ນຢ່າສູ່ຢ້ານກົວ, ຢ່າສູ່ຢ້ານສິ່ງໃດໆ, ເຮົາຄືພຣະເຈົ້າຂອງພວກເຈົ້າ. ເຮົາຈະຊ່ວຍເຫລືອໃຫ້ພວກເຈົ້າໄດ້ເຂັ້ມແຂງ, ເຮົາຈະປົກປັກຮັກສາ, ຊ່ວຍພວກເຈົ້າໃຫ້ພົ້ນ.” (ເອຊາຢາ 41:10; ພຄພ 2013)
ພຣະສັນສັນຍາດັ່ງກ່າວ ຍັງໄດ້ຮັບການຢືນຢັນໃນພຣະສັນຍາໃຫມ່ໂດຍພຣະຄຣິດພຣະອົງເອງອີກດ້ວຍວ່າ:
“ນີ້ແຫລະ, ເຮົາຈະຢູ່ກັບເຈົ້າທັງຫລາຍທຸກໆວັນ, ຈົນສີ້ນໂລກນີ້.” (ມັດທາຍ 28:20)
ຄົນສອງຄົນສາມາດຍ່າງໄປນຳກັນໄດ້ບໍ?
ດັ່ງນັ້ນ, ເຮົາຈຶ່ງຕ້ອງຮຽນຮູ້ທີ່ຈະດໍາເນີນຊີວິດໄປກັບພຣະເຈົ້າ. ສິ່ງນີ້ໝາຍເຖິງຄວາມສໍາພັນສ່ວນຕົວທີ່ຕໍ່ເນຶ່ອງກັບພຣະອົງ. ອາໂມດ 3:3 ຕັ້ງຄໍາຖາມວ່າ: "ຊາຍສອງຄົນເລີ່ມອອກເດີນທາງ ໄປດ້ວຍກັນໂດຍບໍ່ຕົກລົງກັນກ່ອນຈະເປັນໄປໄດ້ບໍ?" ຄໍາຕອບທີ່ເຮົາຮູ້ກໍຄື ບໍ່ ນັ້ນເອງ. ການທີ່ເຮົາຈະດໍາເນີນຊີວິດໄປກັບພຣະເຈົ້າໄດ້ນັ້ນເຮົາຕ້ອງ "ຍອມຮັບ ຫລື ເຫັນພ້ອມ" ກັບພຣະອົງ.
ໂດຍທໍາມະຊາດແລ້ວເຮົາບໍ່ເຄີຍຍອມຮັບ ຫລືເຫັນດີເຫັນເຫັນພ້ອມກັບພຣະເຈົ້າເລີຍ. ໃນທາງກົງກັນຂ້າມ, ໂປໂລໄດ້ບອກກັບເຮົາໃນໂຣມ 8:7 ວ່າ: "ເຫດວ່າ ການເອົາໃຈໃສ່ຝ່າຍເນື້ອຫນັງນັ້ນ ກໍເປັນສັດຕູຕໍ່ພຣະເຈົ້າ; ເພາະບໍ່ຍອມຢູ່ໃຕ້ກົດບັນຍັດຂອງພຣະເຈົ້າ, ແທ້ຈິງແລ້ວຈະຢູ່ໃຕ້ກົດບັນຍັດຂອງພຣະເຈົ້ານັ້ນກໍບໍ່ໄດ້." ຄໍາວ່າ "ເນື້ອໜັງ" ຫມາຍເຖິງຄວາມຄິດ ແລະ ທັດສະນະຄະຕິ ຕາມທໍາມະຊາດຂອງເຮົາທຸກຄົນກ່ອນທີ່ພຣະຄຸນຂອງພຣະເຈົ້າຈະເລີ່ມເຮັດການປ່ຽນແປງໃນເຮົາ. ສິ່ງເຫລົ່ານີ້ຂັດແຍ່ງກັບພຣະເຈົ້າໂດຍກົງ, ແລະບໍ່ມີທາງທີ່ຈະລ່ອງລອຍກັນໄດ້ເລີຍ.
ໃນເອຊາຢາ 55:8-9 ພຣະເຈົ້າຊົງບອກເຮົາຢ່າງຊັດເຈນວ່າ: "ຄວາມຄິດເຮົານັ້ນ ບໍ່ຄືຄວາມຄິດຂອງພວກເຈົ້າ. ແລະວິຖີທາງຂອງເຮົານັ້ນກໍແຕກຕ່າງໃດ ບໍ່ຄືວິຖີທາງຂອງພວກເຈົ້າ. ຟ້າສະຫວັນສູງກ່ວາແຜ່ນດິນໂລກສັນໃດ ວິຖີທາງທັງຄວາມຄິດເຮົາກໍສູງກວ່າສັນນັ້ນ." ຍິ່ງໄປກ່ວານັ້ນ, ພຣະເຈົ້າຈະບໍ່ຊົງປ່ຽນແປງ. ໃນພຣະຄໍາມາລາກີ 3:6 ພຣະອົງຊົງກ່າວວ່າ: "ເຮົາແມ່ນພຣະເຈົ້າຢາເວ, ແລະເຮົາບໍ່ປ່ຽນແປງ."
ເນຶ່ອງຈາກແນວທາງ ແລະຄວາມຄິດຂອງພຣະເຈົ້ານັ້ນແຕກຕ່າງຈາກຂອງເຮົາ ແລະ ເນຶ່ອງຈາກພຣະເຈົ້າຈະບໍ່ຊົງປ່ຽນແປງ, ຈຶ່ງເຫລືອຄວາມເປັນໄປໄດ້ພຽງທາງດຽວເທົ່ານັ້ນ. ຄື: ຫາກເຮົາຕ້ອງການທີ່ຈະດໍາເນີນຊີວິດໄປກັບພຣະເຈົ້າ, ເຮົາເອງຄືຜູ້ທີ່ຕ້ອງປ່ຽນແປງ: "ຈົ່ງໃຫ້ຄົນຊົ່ວຮ້າຍ ປະວິທີດໍາເນີນຊີວິດເດີມຂອງພວກເຂົາ ແລະປ່ຽນແນວທາງທີ່ພວກເຂົາເຄີຍຄິດນັ້ນ" (ເອຊາຢາ 55:7). ທາງແລະຄວາມຄິດຂອງເຮົານັ້ນຈໍາເປັນຕ້ອງໄດ້ຮັບການປ່ຽນແປງ. ການປ່ຽນແປງນີ້ກໍຄືການຍອມຈໍານົນທີ່ສົມບູນ ແລະການມອບຖວາຍຕົວທັງໝົດຂອງເຮົາແດ່ພຣະເຈົ້າ.
ຜູ້ໃດເປັນເຈົ້າຂອງ?
ໃນສິບເອັດບົດທໍາອິດຂອງພຣະຄໍາໂຣມ, ໂປໂລໄດ້ເປີດເຜີຍເຖິງການຈັດຕຽມທີ່ສົມບູນຂອງພຣະເຈົ້າໃນການໄຖ່ເຮົາຜ່ານທາງຄວາມເຊື່ອໃນພຣະຄຣິດ. ຈາກນັ້ນໂປໂລໄດ້ເລິ່ມຕົ້ນ ບົດທີ 12 ດ້ວຍຄໍາວ່າ: "ເຫດສັນນັ້ນ ພີ່ນ້ອງທັງຫລາຍເອີ່ຍ, ໂດຍເຫັນແກ່ຄວາມເມດຕາກະລຸນາຂອງ ພຣະເຈົ້າ…" ຄໍາວ່າ "ເຫດສັນນັ້ນ" ໝາຍເຖິງຫຍັງ? ຄໍານີ້ບົ່ງບອກເຖິງການຕອບສະໜອງທີ່ຮຽກຮ້ອງຈາກເຮົາອັນເນຶ່ອງມາຈາກສິ່ງທີ່ພຣະເຈົ້າໄດ້ຊົງກະທໍາເພື່ອເຮົາ. ການຕອບສະໜອງນີ້ຄືຫຍັງ? ສິ່ງນີ້ມີລະບຸໄວ້ໃນພຣະຄໍາດັ່ງຕໍ່ໄປນີ້:
“ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ, ໂດຍເຫັນແກ່ພຣະເມດຕາກະລຸນາຂອງພຣະເຈົ້າ, ເຮົາຈຶ່ງຮຽກຮ້ອງພວກເຈົ້າໃຫ້ຖວາຍຕົວແກ່ພຣະເຈົ້າ. ເປັນເຄື່ອງບູຊາອັນມີຊີວິດ, ເປັນອັນບໍລິສຸດ, ແລະເປັນທີ່ພໍພຣະໄທພຣະເຈົ້າ ຊຶ່ງເປັນການນະມັດສະການໃຫ້ສົມກັບຝ່າຍວິນຍານຂອງເຈົ້າທັງຫລາຍ.” (ພຄພ 2013)
ບັນຫາພື້ນຖານທີ່ໂປໂລກໍາລັງກ່າວເຖິງຄື: ເລຶ່ອງຄວາມເປັນເຈົ້າຂອງ. ໃນຖານະຄຣິດສະຕຽນ, ເຮົາບໍ່ສາມາດອ້າງສິດວ່າ ເຮົາເປັນເຈົ້າຂອງຕົວເອງໄດ້ອີກຕໍ່ໄປ. “ພວກເຈົ້າບໍ່ຮູ້ບໍວ່າ ຮ່າງກາຍຂອງພວກເຈົ້າເປັນວິຫານຂອງພຣະວິນຍານບໍລິສຸດເຈົ້າ ອົງຊົງສະຖິດຢູ່ໃນພວກເຈົ້າ, ຊຶ່ງພວກເຈົ້າໄດ້ຮັບຈາກພຣະເຈົ້າ, ເຈົ້າທັງຫລາຍບໍ່ໄດ້ເປັນເຈົ້າຂອງຕົວເຈົ້າເອງ. ພຣະເຈົ້າໄດ້ຊົງຊື້ພວກເຈົ້າມາດ້ວຍລາຄາສູງ. ສະນັ້ນ ຈົ່ງຖວາຍພຣະກຽດແກ່ພຣະເຈົ້າດ້ວຍຮ່າງກາຍຂອງຕົນ.” (1 ໂກຣິນໂທ 6:19-20 ພຄພ 2013). "ລາຄາ" ທີ່ເຮົາຖືກຊື້ມານັ້ນຄື "ພຣະໂລຫິດ ອັນຊົງມີຄ່າຂອງພຣະຄຣິດ" (1 ເປໂຕ 1:18-19). ເນື່ອງດ້ວຍພຣະເຈົ້າໄດ້ຊົງ ຊື້ເຮົາໄວ້ດ້ວຍລາຄາອັນມະຫາສານ, ເຊັ່ນນີ້ເຮົາຈິ່ງເປັນຂອງພຣະອົງ, ເຮົາບໍ່ແມ່ນເຈົ້າຂອງຕົວເຮົາເອງ.
ເຖິງແມ່ນວ່າສິດໃນການເປັນເຈົ້າຂອງເໜືອຊີວິດຂອງເຮົາ ຈະເປັນຂອງພຣະເຈົ້າກໍຕາມ, ແຕ່ ພຣະອົງຈະບໍ່ຊົງອ້າງສິດຂອງພຣະອົງໃນສິ່ງທີ່ຂັດແຍ່ງກັບຄວາມຕ້ອງການຂອງເຮົາ. ແນວໃດກໍຕາມ, ພຣະອົງຈະຊົງລໍຈົນກ່ວາເຮົາຈະເຂົ້າໃຈເຖິງເຫດຜົນຂອງການອ້າງສິດຂອງພຣະອົງ ແລະມອບຖວາຍຮ່າງກາຍຂອງເຮົາໂດຍສະໝັກໃຈໃຫ້ເປັນເຄື່ອງບູຊາທີ່ມີຊີວິດ. ຄໍາວ່າ "ມີຊີວິດ" ສະແດງໃຫ້ເຫັນເຖິງຄວາມແຕກຕ່າງລະຫວ່າງ ເຄື່ອງບູຊາໃນພັນທະສັນຍາເດີມ ແລະເຄື່ອງບູຊາໃນພັນທະສັນຍາໃຫມ່. ພາຍໃຕ້ພັນທະສັນຍາເດີມນັ້ນ, ສັດຖືກຂ້າເພື່ອຖວາຍເປັນເຄື່ອງບູຊາແດ່ພຣະເຈົ້າ. ແຕ່ພາຍໃຕ້ພັນທະສັນຍາໃຫມ່ ເຮົາມອບຖວາຍຮ່າງກາຍຂອງເຮົາແດ່ພຣະເຈົ້າຂະນະທີ່ຍັງມີຊີວິດຢູ່. ຫລືເວົ້າອີກຢ່າງໜຶ່ງວ່າ ການມອບຖວາຍຮ່າງກາຍຂອງເຮົາແດ່ພຣະເຈົ້ານັ້ນຖືວ່າເປັນການມອບຖວາຍທີ່ສົມບູນ ແລະເປັນທີ່ສີ້ນສຸດເຊັ່ນດຽວກັນກັບການມອບຖວາຍສັດພາຍໃຕ້ພັນທະສັນຍາເດີມ.
ການຖວາຍຮ່າງກາຍຂອງເຮົາແດ່ພຣະເຈົ້າ ຄວນເປັນສິ່ງທີ່ເຮົາກະທໍາດ້ວຍຄວາມຈິງໃຈແລະແນ່ນອນ ເຊິ່ງເຮົາອາດສະແດງອອກໂດຍການອະທິຖານດັ່ງຕົວຢ່າງນີ້: "ຂ້າແດ່ອົງພຣະຜູ້ເປັນເຈົ້າ, ດ້ວຍລາຄາທີ່ພຣະອົງຊົງຈ່າຍເພື່ອໄຖ່ຂ້າພຣະອົງຈາກບາບນັ້ນ, ຂ້າພຣະອົງໄດ້ເຂົ້າໃຈແລ້ວວ່າ ຂ້າພຣະອົງບໍ່ໄດ້ເປັນເຈົ້າຂອງຕົນເອງອີກຕໍ່ໄປ, ແຕ່ຂ້າພຣະອົງເປັນຂອງພຣະອົງ. ດັ່ງນັ້ນ, ຂ້າພຣະອົງຈຶ່ງຕັ້ງໃຈມອບຖວາຍຕົວ-ທັງຮ່າງກາຍ ແລະທຸກສິ່ງທີ່ມີຢູ່ໃນນັ້ນ-ແດ່ພຣະອົງໃຫ້ເປັນດັ່ງເຄື່ອງບູຊາທີ່ມີຊີວິດ. ຕັ້ງແຕ່ບັດນີ້ເປັນຕົ້ນໄປ, ຂ້າພຣະອົງທູນຂໍຕໍ່ພຣະອົງ, ແລະວາງໃຈໃຫ້ພຣະອົງເປັນເຈົ້າຂອງແລະຄວບຄຸມຊີວິດໂດຍສົມບູນ ໃນນາມຂອງອົງພຣະເຢຊູຄຣິດເຈົ້າ ອາແມນ."
ການປ່ຽນແປງຄວາມຄິດຈິດໃຈຂອງພວກເຮົາໃໝ່
ເມຶ່ອເຮົາຍອມຮັບແລ້ວວ່າ ພຣະເຈົ້າຊົງເປັນເຈົ້າຂອງຊີວິດເຮົາ, ຫົນທາງຈະຖືກເປີດອອກໃຫ້ພຣະອົງເຂົ້າມາທໍາການປ່ຽນແປງໃນການດໍາເນີນຊີວິດ ແລະໃນຄວາມຄິດຂອງເຮົາ. ເຮົາກໍຈະເລິ່ມມີປະສົບການທີ່ "ຄວາມຄິດຈິດໃຈຂອງເຮົາໄດ້ຮັບການປ່ຽນໃໝ່." ຈາກນັ້ນ, ເມຶ່ອຄວາມຄິດຈິດໃຈຂອງເຮົາໄດ້ຮັບການປ່ຽນໃໝ່ແລ້ວ, ເຮົາກໍຈະເລິ່ມ "ພິສູດໄດ້ວ່າ [ໂດຍການຄົ້ນຫາຈາກປະສົບການ] ອັນໃດຄືນໍ້າພຣະໄທທີ່ດີ, ອັນໃດເປັນທີ່ພໍພຣະໄທ, ແລະສົມບູນແບບທີ່ສຸດ" ຂອງພຣະເຈົ້າ. ເຮົາໄດ້ເຫັນແລ້ວວ່າຄວາມຄິດຈິດໃຈເກົ່າ ທີ່ຍັງບໍ່ໄດ້ຮັບການປ່ຽນໃໝ່ຂອງເຮົານັ້ນ "ກໍເປັນສັດຕູຕໍ່ພຣະເຈົ້າ" (ໂຣມ 8:7). ພຣະເຈົ້າຈະບໍ່ມີວັນເປີດເຜີຍນໍ້າພຣະໄທຂອງພຣະອົງສໍາລັບຊີວິດຂອງເຮົາຕໍ່ຄວາມຄິດຈິດໃຈທີ່ຍັງເປັນສັດຕູກັບພຣະອົງ. ແຕ່ເມື່ອຄວາມຄິດຈິດໃຈຂອງເຮົາໄດ້ຮັບການປ່ຽນໃຫມ່ຢ່າງຕໍ່ເນຶ່ອງ ແລະ ມີຄວາມເຫັນພ້ອມກັບພຣະເຈົ້າແລ້ວ, ເຮົາກໍສາມາດຮັບຮູ້ນໍ້າພຣະໄທຂອງພຣະເຈົ້າ ແລະ ດໍາເນີນຊີວິດໃນທາງຂອງພຣະເຈົ້າໄດ້.
ຂະບວນການຂອງການປ່ຽນຄວາມຄິດຈິດໃຈຂອງເຮົາ ສົ່ງຜົນກະທົບຕໍ່ສາມຂົງເຂດຫລັກໃນຊີວິດຂອງພວກເຮົາຄື: ເປົ້າໝາຍທີ່ເຮົາສະແຫວງຫາ, ແຮງຈູງໃຈໃນການສະແຫວງຫາເປົ້າໝາຍ, ແລະວິທີການທີ່ເຮົາໃຊ້ເພື່ອໃຫ້ບັນລຸເປົ້າໝາຍເຫລົ່ານັ້ນ. ໂດຍທໍາມະຊາດແລ້ວ, ເຮົາທຸກຄົນລ້ວນແຕ່ເອົາຕົນເອງເປັນສູນກາງເປັນພື້ນຖານ. ທຸກຄັ້ງເມື່ອເຮົາປະເຊີນກັບການຕັດສິນໃຈ, ເຮົາຈະຖາມຕົວເຮົາເອງວ່າສິ່ງນີ້ຈະມີຜົນກະທົບຫຍັງຕໍ່ຂ້ອຍ? ຂ້ອຍຈະໄດ້ຮັບຫຍັງຈາກສິ່ງນີ້? ຂ້ອຍຈະໄດ້ຜົນຮັບແບບທີ່ຂ້ອຍຕ້ອງການບໍ່? ເມື່ອພວກເຮົາປະຖິ້ມການຄວບຄຸມຊີວິດຂອງຕົວເອງ ແລະ ຍອມຢູ່ໃຕ້ອຳນາດຂອງພຣະຄຣິດ, ທຸກສິ່ງທຸກຢ່າງທັງໝົດກໍຈະເລິ່ມປ່ຽນແປງໄປ.
ເຮົາຮຽນຮູ້ຈາກແບບຢ່າງຄໍາອະທິຖານຂອງພຣະເຢຊູຢູ່ໃນມັດທາຍ 6:9-13 ວ່າເປົ້າຫມາຍຂອງຊີວິດນີ້ຄື "ຂໍໃຫ້ພຣະຣາຊອານາຈັກຂອງພຣະອົງມາຕັ້ງຢູ" ແລະແຮງຈູງໃຈຂອງເຮົາກໍຄື "ຣາຊອານາຈັກ, ລິດອໍານາດ, ແລະພຣະລັດສະໝີກໍເປັນຂອງພຣະອົງສືບໆໄປເປັນນິດ." ເມື່ອຄໍາຖາມທີ່ເຮົາມີຕໍ່ເປົ້າຫມາຍ ແລະແຮງຈູງໃຈໄດ້ຮັບການແກ້ໄຂແລ້ວ, ເຮົາກໍປະເຊີນກັບຄໍາຖາມທີ່ກ່ຽວກັບການປະຕິບັດຄື: ຂ້ອຍຈະດໍາເນີນຊີວິດເພື່ອສົ່ງເສີມລາດຊະອານາຈັກຂອງພຣະເຈົ້າ ແລະພຣະສະຫງ່າລາສີຂອງພຣະເຈົ້າໄດ້ແນວໃດ?
ຄໍາສອນໃນພຣະຄໍາພີ, ແລະປະສົບການຂອງເຮົາກໍຢືນຢັນວ່າ, ຄວາມພະຍາຍາມ ຫລືຄວາມສາມາດຂອງເຮົາເອງແມ່ນບໍ່ພຽງພໍ. ເຮົາຕ້ອງການພະລັງອໍານາດທີ່ຫລາຍກ່ວານີ້. ແລະຄໍາຕອບຂອງພຣະເຈົ້າຕໍ່ກັບຄວາມຕ້ອງການດັ່ງກ່າວນີ້ມີຢູ່ໃນເຊກາຣິຢາ 4:6 "ບໍ່ແມ່ນໂດຍກຳລັງທາງທະຫານ ຫລືໂດຍກຳລັງຂອງເຈົ້າເອງ, ແຕ່ໂດຍພຣະວິນຍານຂອງເຮົາ. ພຣະເຈົ້າຢາເວອົງຊົງລິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫລະ." ພະລັງອໍານາດດຽວທີ່ພຽງພໍຄື ລິດອໍານາດຂອງພຣະວິນຍານບໍລິສຸດ.
ດໍາເນີນຊີວິດດ້ວຍຄວາມເຊື່ອ
ໃນຊ່ວງຕົ້ນປະຫວັດສາດຂອງມະນຸດ, ເຮົາໄດ້ເຫັນພາບຂອງຊາຍຄົນໜຶ່ງທີ່ຮຽນຮູ້ໃນການດໍາເນີນຊີວິດກັບພຣະເຈົ້າຄື: "ລາວໄດ້ດໍາເນີນຊີວິດໃນຄວາມສາມັກຄີທໍາຕິດສະໜິດກັບພຣະເຈົ້າ; ແລະລາວກໍໄດ້ຫາຍຕົວໄປ ເພາະພຣະເຈົ້າໄດ້ຮັບເອົາລາວໄປ." (ປະຖົມມະການ 5:24). ໃນການດໍາເນີນຊີວິດຢ່າງຕໍ່ເນື່ອງນີ້, ເອນົກໄດ້ພັດທະນາຄວາມໃກ້ສິດສະໜິດສະໜົມກັບພຣະເຈົ້າຢ່າງເລິກເຊິ່ງ ຈົນໃນທີ່ສຸດກໍເປັນເລື່ອງປົກກະຕິສໍາລັບລາວທີ່ຈະຮັກສາມິດຕະພາບອັນບໍ່ຂາດວັກຂາດຕອນກັບພຣະເຈົ້າຫລາຍກ່ວາທີ່ທ່ານຈະກັບຄືນໄປບ້ານເທິງແຜ່ນດິນໂລກຂອງລາວເອງ.
ໃນເຮັບເຣີ 11:5-6 ໄດ້ເຜີຍເຄັດລັບໃນການດໍາເນີນຊີວິດຂອງເອນົກກັບພຣະເຈົ້າ: "ເພາະເອນົກມີຄວາມເຊື່ອແບບນີ້ ພຣະເຈົ້າຈຶ່ງຊົງຮັບເພິ່ນຂຶ້ນໄປ [ຊົງຮັບເພິ່ນຂື້ນໄປໝາຍເຖິງການປ່ຽນສະພາບຈາກການດໍາລົງຊີວິດຝ່າຍໂລກໄປຢູ່ໃນສະຫວັນອັນເປັນນິລັນດອນ] ເພື່ອບໍ່ໃຫ້ເພິ່ນພົບກັບຄວາມຕາຍ, ແລະບໍ່ມີຜູ້ໃດພົບເຫັນເພິ່ນ, ເພາະພຣະເຈົ້າຊົງຮັບເອົາເພິ່ນໄປແລ້ວ; ອັນໜຶ່ງ ກ່ອນທີ່ຊົງຮັບເອົາເພິ່ນຂື້ນໄປນັ້ນມີຜູ້ເປັນພະຍານວ່າ, ເພິ່ນເປັນທີ່ພໍພຣະໄທພຣະເຈົ້າ. ແຕ່ຖ້າບໍ່ມີຄວາມເຊື່ອແລ້ວ ຈະເປັນທີ່ພໍພຣະໄທພຣະເຈົ້າບໍ່ໄດ້." ຄໍາສໍາຄັນທີ່ຖືກກ່າວຕະຫລອດ, ເພື່ອເນັ້ນຢໍ້າຄືຄວາມເຊື່ອ. ຄວາມເຊື່ອເປັນຂໍ້ກໍານົດພື້ນຖານທີ່ຈໍາເປັນໃນການດໍາລົງຊີວິດ ກັບພຣະເຈົ້າທີ່ຈະເຮັດໃຫ້ພຣະອົງພໍພຣະໄທ.
ຄວາມເຊື່ອແມ່ນຫຍັງ? ໃນເຮັບເຣີ 11:1 ກ່າວວ່າ:
“ອັນໜຶ່ງຄວາມເຊື່ອຄືຄວາມແນ່ນອນໃຈ ໃນສິ່ງທີ່ເຮົາຫວັງໄວ້ ເປັນຄວາມຕາຍໃຈ ເຖິງສິ່ງທີ່ຍັງບໍ່ເຫັນກັບຕາ.” (ພຄພ 2013)
ຄວາມເຊື່ອເປັນ "ການສໍາພັດ" ໃນຝ່າຍວິນຍານເຊິ່ງເຮັດໃຫ້ເຮົາສາມາດໄຈ້ແຍກ ຫລື ຮັບຮູ້ ສິ່ງຕ່າງໆທີ່ບໍ່ໄດ້ເປີດເຜີຍຕໍ່ສັນຊາດຕະຍານຕາມທໍາມະຊາດຂອງເຮົາໄດ້. ຄວາມເຊື່ອເຊື່ອມຕໍ່ເຮົາກັບຄວາມເປັນຈິງທີ່ເບິ່ງບໍ່ເຫັນດ້ວຍຕາເປົ່າສອງປະການຄື: ພຣະເຈົ້າພຣະອົງເອງ ແລະ ພຣະຄໍາຂອງພຣະເຈົ້າ.
ໃນຖານະຄຣິດສະຕຽນ, ໂປໂລໄດ້ບອກກັບເຮົາວ່າ, "ດ້ວຍວ່າ, ພວກເຮົາດໍາເນີນຊີວິດຕາມຄວາມເຊື່ອ, ບໍ່ແມ່ນຕາມທີ່ຕາເຫັນ" (2 ໂກຣິນໂທ 5:7). ການເບິ່ງເຫັນນີ້ໝາຍເຖິງຄວາມຮູ້ສຶກທາງປະສາດສໍາພັດໂດຍທົ່ວໄປ. ການເບິ່ງເຫັນຖືກນໍາສະເໜີໃຫ້ເປັນສິ່ງກົງກັນຂ້າມກັບຄວາມເຊື່ອ. ດັ່ງນັ້ນ ຄວາມເຊື່ອຈຶ່ງປະຕິເສດການໄວ້ວາງໃຈໃນປະສາດສໍາພັດ. ແລະການໄວ້ວາງໃຈໃນປະສາດສໍາພັດກໍປະຕິເສດຄວາມເຊື່ອ. ດ້ວຍເຫດນີ້ ເຮົາທຸກຄົນຕ້ອງປະເຊີນກັບຄໍາຖາມວ່າ ສິ່ງໃດເປັນຈິງສໍາລັບຂ້ອຍຫລາຍກ່ວາກັນ- ພຣະເຈົ້າແລະພຣະຄໍາຂອງພຣະອົງ, ຫລື ຄວາມຮູ້ສຶກຂອງຈິດໃຈແລະຄວາມຮູ້ສຶກທາງປະສາດສໍາພັດຂອງຂ້ອຍເອງ?
ຄວາມເຊື່ອທີ່ແທ້ຈິງນັ້ນ ຍຶດຕິດຢູ່ກັບພຣະເຈົ້າ ແລະພຣະຄໍາຂອງພຣະອົງຢ່າງບໍ່ປ່ຽນແປງ, ແລະປະຕິເສດຄວາມຮູ້ສຶກຕ່າງໆຂອງປະສາດສໍາພັດ ເມື່ອໃດກໍຕາມທີ່ຄວາມຮູ້ສຶກເຫລົ່ານີ້ບໍ່ສອດຄ່ອງກັບພຣະຄໍາຂອງພຣະເຈົ້າ. ແບບຢ່າງທີ່ຍິ່ງໃຫຍ່ໃນພຣະຄໍາພີຂອງຄວາມເຊື່ອ ເຊັ່ນນີ້ຄື ອັບຣາຮາມ. ອັນທີ່ຈິງອັບຣາຮາມຖືກເອີ້ນວ່າ ບິດາຂອງບັນດາຜູ້ເຊື່ອ, ແລະ ເຮົາຖືກທ້າທາຍໃຫ້ "ມີຄວາມເຊື່ອຕາມແບບຂອງອັບຣາຮາມ ບິດາຂອງເຮົາທັງຫລາຍ" (ໂຣມ 4:12). ຄໍາເວົ້າຂອງໂປໂລໃນເວລານີ້ຢືນຢັນເຖິງສິ່ງທີ່ໄດ້ກ່າວໄວ້ກ່ຽວກັບຊີວິດຄຣິດສະຕຽນ. ຄືການເປັນຄຣິດສະຕຽນບໍ່ແມ່ນຈຸດຢືນທີ່ຄົງສະພາບເດີມຢູ່ຕະຫລອດເວລາ, ແຕ່ເປັນ "ການດໍາເນີນໄປ" ທີ່ເຮົາກ້າວໜ້າຢ່າງຕໍ່ເນື່ອງໄປດ້ວຍຄວາມເຊື່ອກ້າວຕໍ່ກ້າວ.
ວິທີດໍາເນີນຊີວິດດ້ວຍຄວາມເຊື່ອ
ຂໍ້ຕໍ່ໄປໃນໂຣມ 4:17-21, ໂປໂລໄດ້ຍົກຕົວຢ່າງໂດຍສະເພາະການດໍາເນີນຊີວິດດ້ວຍຄວາມເຊື່ອຂອງອັບຣາຮາມ. ຄືພຣະເຈົ້າຊົງສັນຍາກັບອັບຣາຮາມວ່າ ທ່ານແລະຊາຣາຈະມີລູກຄົນໜຶ່ງເຊິ່ງຈະກາຍເປັນບິດາຂອງຊາດທີ່ຍິ່ງໃຫຍ່. ດ້ວຍວ່າ ທັງສອງອາຍຸຫລາຍແລ້ວ ສິ່ງດັ່ງກ່າວ ບໍ່ສາມາດເປັນໄປໄດ້ໃນທາງກາຍຍະພາບ, ອີກທັງເດັກນ້ອຍກໍຍັງບໍ່ໄດ້ຖືກໍາເນີດມາ. ແຕ່ເມື່ອຕ້ອງປະເຊີນກັບຄວາມຂັດແຍ່ງລະຫວ່າງສິ່ງທີ່ພຣະເຈົ້າຊົງສັນຍາ ກັບສີ່ງທີ່ປະສາດສໍາພັດຂອງອັບຣາຮາມກ່ຽວກັບສະພາບຮ່າງກາຍຂອງທ່ານແລະຊາຣາ, ອັບຣາຮາມເລືອກທີ່ຍຶດໝັ້ນໃນພະສັນຍາຂອງພຣະເຈົ້າ, ແທນທີ່ຈະຖືກຈໍາກັດດ້ວຍສະພາບຮ່າງກາຍຂອງທ່ານແລະຊາຣາ.
“ເພິ່ນບໍ່ໄດ້ເສຍຄວາມເຊື່ອ ແລະບໍ່ໄດ້ສົງໄສໃນຄໍາສັນຍາຂອງພຣະເຈົ້າ, ແຕ່ຄວາມເຊື່ອຂອງເພິ່ນເຂັ້ມແຂງຂື້ນ, ເພິ່ນຈຶ່ງໄດ້ຖວາຍກຽດຕິຍົດແກ່ພຣະເຈົ້າ. ເພິ່ນເຊື່ອຫມັ້ນວ່າພຣະເຈົ້າຊົງລິດອໍານາດ ຈະເຮັດສໍາເລັດຕາມພຣະສັນຍາທີ່ມີໄວ້ກັບຕົນ.” (ໂຣມ 4:20 ພຄພ 2013)
ໃນການດໍາເນີນຊີວິດໂດຍຄວາມເຊື່ອນີ້, ເຮົາມີຄວາມສໍາພັນກັບສອງໂລກໄປພ້ອມໆກັນ. ຄືເຮົາມີຄວາມສໍາພັນກັບໂລກທໍາມະຊາດທາງກາຍຍະພາບຮອບຕົວເຮົາຜ່ານປະສາດສໍາຜັດ; ແລະໂດຍຄວາມເຊື່ອໂດຍພວກເຮົາມີຄວາມສໍາພັນກັບໂລກທີ່ເບິ່ງບໍ່ເຫັນ ອັນເປັນນິລັນດອນຂອງພຣະເຈົ້າ ແລະພຣະຄໍາຂອງພຣະອົງ. ໃນ 2 ໂກຣິນໂທ 4:18; ໂປໂລໄດ້ປຽບທຽບສອງໂລກນີ້. ທ່ານກ່າວວ່າພຣະປະສົງຂອງພຣະເຈົ້າສໍາເລັດໃນຊີວິດເຮົາໄດ້, ເຖິງແມ່ນເປັນເວລາທີ່ຕ້ອງຜ່ານຄວາມທຸກຍາກ "ເພາະວ່າ ພວກເຮົາບໍ່ໄດ້ປັກໃຈໃສ່ໃນສິ່ງທີ່ຕາເຫັນຢູ່, ແຕ່ໃນສິ່ງທີ່ຕາບໍ່ເຫັນ. ດ້ວຍວ່າ, ສິ່ງທີ່ຕາເຫັນຢູ່ນັ້ນກໍເປັນຂອງຊົ່ວຄາວ, ແຕ່ສິ່ງ ທີ່ຕາບໍ່ເຫັນນັ້ນ ກໍດໍາລົງຢູ່ຖາວອນຕະຫລອດໄປ." ໃນຄໍາເວົ້າຂອງໂປໂລໃຊ້ນັ້ນມີເຈດຕະນາເຮັດໃຫ້ເບິ່ງຄືຂັດແຍ່ງ. ເຮົາຈະເບິ່ງເຫັນສິ່ງທີ່ເບິ່ງບໍ່ເຫັນໄດ້ແນວໃດ? ຄໍາຕອບກໍຄື: ໂດຍຄວາມເຊື່ອ. ຄວາມເຊື່ອຄື "ການສຳພັດ" ທາງຝ່າຍວິນຍານເຊິ່ງເຮົາໃຊ້ເບິ່ງເຫັນຄວາມເປັນຈິງຂອງໂລກໃນນິລັນດອນ, ທີ່ເຮົາເບິ່ງບໍ່ເຫັນດ້ວຍຕາເປົ່າ.
ສິ່ງທີ່ສໍາຄັນຄື ການປະເມີນສິ່ງທີ່ປະສາດສໍາພັດໄດ້ຮັບຢ່າງຖືກຕ້ອງ. ເພາະພຣະເຈົ້າບໍ່ໄດ້ຊົງຂໍໃຫ້ເຮົາປິດຫູ, ປິດຕາ, ແລະຍ່າງໄປມາຄືກັບວ່າໂລກທາງກາຍຍະພາບຮອບຕົວເຮົານັ້ນບໍ່ມີຢູ່ຈິງ. ຄວາມເຊື່ອບໍ່ແມ່ນຄວາມຄິດທີ່ເລິກລັບ. ເຮົາບໍ່ໄດ້ສົງໄສໃນຄວາມເປັນຈິງຂອງສິ່ງທີ່ປະສາດສໍາພັດເຮົາໄດ້ເປີດເຜີຍ, ແຕ່ເຮົາສົງໃສໃນ 'ຜົນຮັບສຸດທ້າຍ' ຂອງມັນ.
ອັບຣາຮາມ ເປັນຕົວຢ່າງທີ່ສົມບູນແບບຂອງເລຶ່ອງນີ້. ປະສາດສໍາພັດຂອງທ່ານບອກທ່ານວ່າ ດ້ວຍສະພາບທາງກາຍຍະພາບແລ້ວ ທ່ານບໍ່ສາມາດໃຫ້ກໍາເນີດບຸດໄດ້. ແຕ່ພຣະເຈົ້າຊົງສັນຍາວ່າ ທ່ານຈະມີບຸດຊາຍຄົນຫນຶ່ງ. ອັບຣາຮາມບໍ່ໄດ້ເສແສ້ງວ່າສິ່ງທີ່ສໍາພັດຂອງທ່ານໄດ້ເປີດເຜີຍກັບທ່ານກ່ຽວກັບຮ່າງກາຍຂອງທ່ານເອງນັ້ນບໍ່ເປັນຈິງ. ທ່ານພຽງແຕ່ປະຕິເສດທີ່ຈະຍອມຮັບວ່າ ສິ່ງນັ້ນຄືຜົນລັບສຸດທ້າຍ. ເມື່ອພຣະຄໍາຂອງພຣະເຈົ້າສັນຍາຢ່າງໜຶ່ງ ແລະ ປະສາດສຳພັດບອກທ່ານອີກຢ່າງໜຶ່ງ, ທ່ານຈະຍຶດໝັ້ນໃນພຣະສັນຍາຂອງພຣະເຈົ້າຢ່າງບໍ່ປ່ຽນແປງ, ໂດຍບໍ່ປ່ອຍໃຫ້ປະສາດສໍາພັດເຮັດໃຫ້ທ່ານສົງໃສໃນພຣະສັນຍານັ້ນ. ໃນທີ່ສຸດ, ຫລັງຈາກຄວາມເຊື່ອຂອງທ່ານໄດ້ຖືກທົດສອບແລ້ວ, ສະພາບຮ່າງກາຍຂອງທ່ານ ກໍໄດ້ຮັບການປັບໃຫ້ສອດຄ່ອງກັບສິ່ງທີ່ພຣະເຈົ້າໄດ້ຊົງສັນຍາໄວ້, ແລະທ່ານກໍກາຍເປັນຜູ້ມີຄວາມສາມາດໃນການກໍາເນີດບຸດໄດ້ແທ້ໆ.
ດ້ວຍຄວາມເຊື່ອມີຄວາມກ່ຽວຂ້ອງຢ່າງໃກ້ສິດກັບຄວາມຖ່ອມໃຈ. ໃນໂຣມ 3:27, ໂປໂລ ບອກກັບເຮົາວ່າ ການໂອ້ອວດນັ້ນບໍ່ລວມຢູ່ໃນກົດແຫ່ງຄວາມເຊື່ອ. ສ່ວນໃນຮາບາກຸກ 2:4, ບອກກັບເຮົາວ່າ ການໂອ້ອວດ -ຄວາມຫມັ້ນໃຈໃນຕົວເອງ ແລະຄວາມເຊື່ອອັນຖ່ອມໃຈ ເປັນສິ່ງທີ່ກົງກັນຂ້າມເຊິ່ງແຍກອອກຈາກກັນໂດຍສີ້ນເຊີງ.
"ຕໍ່ໄປນີ້ ແມ່ນຖ້ອຍຄໍາຂອງເຮົາ: ຄົນທີ່ເຮັດຊົ່ວຈະບໍ່ລອດຊີວິດຢູ່ໄດ້ເລີຍ. ແຕ່ຄົນທີ່ຊອບທໍາຈະມີຊີວິດຢູ່ ດ້ວຍວ່າພວກເຂົາຊື່ສັດຕໍ່ພຣະເຈົ້າ." (ຮາບາກຸກ 2:4 ພຄສ2015)
ຈິດວິນຍານທີ່ອວດອົ່ງທະນົງຕົວ ເຊິ່ງຖືກຍົກຂື້ນນັ້ນໝາຍເຖິງບຸກຄົນທີ່ໄວ້ວາງໃຈໃນຄວາມສາມາດຕາມທໍາມະຊາດ ແລະປະສາດສໍາພັດຂອງຕົນເອງ. ສ່ວນຄົນຊອບທໍາທີ່ດໍາເນີນຊີວິດໂດຍຄວາມເຊື່ອນັ້ນ, ຄືບຸກຄົນທີ່ປະຕິເສດຄວາມເຊື່ອໝັ້ນໃນຄວາມສາມາດຂອງຕົນເອງ ແລະສິ່ງທີ່ປະສາດສໍາພັດຂອງເຂົາເປີດເຜີຍ, ເຊັ່ນດຽວກັບອັບຣາຮາມ, ທ່ານເລືອກທີ່ຈະວາງໃຈໃນຄວາມຈິງທີ່ແນມບໍ່ເຫັນ, ແຕ່ເປັນນິລັນດອນຂອງພຣະເຈົ້າ, ແລະພຣະທໍາຂອງພຣະອົງ.
ໃນມີກາ 6:8, "ພຣະເຈົ້າຢາເວໄດ້ບອກພວກເຮົາວ່າ ແມ່ນຫຍັງເປັນສິ່ງທີ່ດີ? ສິ່ງທີ່ພຣະອົງຕ້ອງການຈາກພວກເຮົານັ້ນແມ່ນດັ່ງນີ້: ເຮັດສິ່ງທີ່ຖືກຕ້ອງ, ສະແດງຄວາມຮັກອັນໝັ້ນຄົງ ແລະໃຊ້ຊີວິດໃນຄວາມສາມັກຄີທໍາກັບພຣະເຈົ້າຂອງພວກເຮົາດ້ວຍຄວາມຖ່ອມໃຈ." ພຣະທໍາຕອນນີ້ໄດ້ແນະນໍາວ່າ ຄວາມຖ່ອມໃຈເປັນສິ່ງທີ່ເຮົາຕ້ອງຕັດສິນໃຈເຮັດເພື່ອທີ່ຈະດໍາເນີນຊີວິດໄປກັບພຣະເຈົ້າ. ຄໍາວ່າ "ຄວາມຖ່ອມໃຈ" ສະທ້ອນເຖິງ ພາສາເຮັບເຣີໄດ້ຢ່າງຖືກຕ້ອງ, ເຊິ່ງບົ່ງບອກເຖິງການຕັດສິນໃຈທີ່ເຮົາແຕ່ລະຄົນຕ້ອງເຮັດ: "ຂ້າແຕ່ອົງພຣະຜູ້ເປັນເຈົ້າ ຂ້າພຣະອົງຂໍປະຕິເສດຄວາມໝັ້ນໃຈໃນຄວາມສາມາດ ແລະ ຄວາມຮູ້ຂອງປະສາດສໍາພັດຂອງຂ້າພຣະອົງ; ຂ້າພຣະອົງເລືອກທີ່ຈະວາງໃຈໃນພຣະອົງ ແລະ ໃນພຣະຄໍາຂອງພຣະອົງຫລາຍກ່ວາ. ໂດຍພຣະຄຸນຂອງພຣະອົງ ຂ້າພຣະອົງຈະດໍາເນີນຊີວິດໂດຍຄວາມເຊື່ອ, ບໍ່ແມ່ນດ້ວຍສິ່ງທີ່ຕາເບິ່ງເຫັນ." ທັດສະນະຄະຕິຂອງການເພິ່ງພາພຣະເຈົ້າ ດ້ວຍຄວາມຖ່ອມໃຈນີ້ ເປີດທາງໃຫ້ກັບການດໍາເນີນຊີວິດຢ່າງໃກ້ສິດ, ແລະສືບຕໍ່ເນື່ອງໄປກັບພຣະອົງ.
ໃນຈົດຫມາຍຄໍາສອນສະບັບຕໍ່ໄປ, ເຮົາຈະເວົ້າເຖິງພາກປະຕິບັດທີ່ໄດ້ຮັບຜົນຢ່າງຍິ່ງເຊິ່ງເຮົາສາມາດເຝຶກຝົນການດໍາເນີນຊີວິດທີ່ໃກ້ສິດກັບພຣະເຈົ້າໄດ້.

Δωρεάν Λήψη
Αυτή η Επιστολή Διδασκαλίας είναι διαθέσιμη για λήψη, εκτύπωση και κοινοποίηση για προσωπική ή εκκλησιαστική χρήση.
Κωδικός: TL-L088-100-LAO




